Agri Expo Laos 2026

ກ່ຽວກັບການຈັດງານAbout the expo

ກະສິກຳບູລະນາການສູ່ອຸດສາຫະກຳອາຫານສາກົນ — ສ້າງເຍົາວະຊົນ-ຊາວໜຸ່ມໃຫ້ເປັນທ່າແຮງຍຸກໃໝ່.Integrated agriculture for an international food industry — building youth into the driving force of a new era.

ອີງຕາມທິດທາງນະໂຍບາຍ, ການຍົກລະດັບມາດຕະຖານ ແລະ ວິໄສທັດ ກະສິກຳບູລະນາການສູ່ອຸດສາຫະກຳອາຫານສາກົນ — ສ້າງເຍົາວະຊົນ-ຊາວໜຸ່ມໃຫ້ເປັນທ່າແຮງໃນຍຸກໃໝ່: ຫັນກະສິກຳໃຫ້ທັນສະໄໝ ແລະ ຍືນຍົງ, ສົ່ງເສີມການນຳໃຊ້ນະວັດຕະກຳໃໝ່ໃນການຜະລິດ ແລະ ການແປຮູບອຸດສາຫະກຳອາຫານ, ກຸ້ມຕົນເອງທາງດ້ານສະບຽງອາຫານ ທົດແທນການນຳເຂົ້າ ແລະ ເປັນສິນຄ້າ, ຂະຫຍາຍຕະຫຼາດ ເຊື່ອມໂຍງກັບຕະຫຼາດຕ່າງປະເທດ.The expo follows the national policy of raising standards and the vision of integrated agriculture for an international food industry, with young people as the driving force of a new era: modern and sustainable farming, new innovation in production and food processing, food self-sufficiency that replaces imports and creates exports, and wider links to markets abroad.

ດັ່ງນັ້ນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະມາຄົມທຸລະກິດກະສິກຳລາວ ແລະ ພາກສ່ວນຂະແໜງການກ່ຽວຂ້ອງ ຈັດງານ Lao Agri Food Expo 2026 ຂຶ້ນ.The Lao National Chamber of Commerce and Industry, together with the Lao Agricultural Business Association and the sectors concerned, is therefore organising the Lao Agri Food Expo 2026.

ເລີ່ມຈາກການອ່ານແຂ່ງຂັນຫາຄຳຕອບ ແລະ ການປູກຈິດສຳນຶກໃນການນຳໃຊ້ເຕັກໂນໂລຊີກະສິກຳ, ງານດັ່ງກ່າວ ເຕົ້າໂຮມເຍົາວະຊົນ-ຊາວໜຸ່ມ, ນັກຮຽນ, ນັກສຶກສາ, ຫົວໜ່ວຍທຸລະກິດ, ການຄ້າ, ກະສິກຳ-ຜູ້ຜະລິດ-ຜູ້ສະໜັບສະໜູນ, ສະຖາບັນການເງິນ, ການຂົນສົ່ງ, ທ່ອງທ່ຽວ, ແຮງງານ ແລະ ປ້ອງກັນຄວາມສະຫງົບ ມາພົບກັນທີ່ນະຄອນຫຼວງວຽງຈັນ ເພື່ອພ້ອມກັນຫັນກະສິກຳໃຫ້ທັນສະໄໝ ແລະ ຍືນຍົງ.Starting with a reading competition and awareness of agricultural technology, the expo brings young people, students, businesses, traders, farmers, producers and supporters, financial institutions, transport, tourism, labour and public-security agencies together in Vientiane to make Lao agriculture modern and sustainable.

ຈຸດປະສົງObjectives

  • ກະສິກຳບູລະນາການສູ່ອຸດສາຫະກຳອາຫານສາກົນ:Integrated agriculture for an international food industry: ເນັ້ນສ້າງເຍົາວະຊົນ-ຊາວໜຸ່ມໃຫ້ເປັນທ່າແຮງໃນຍຸກໃໝ່, ຫັນກະສິກຳໃຫ້ທັນສະໄໝ ແລະ ຍືນຍົງ, ນຳໃຊ້ນະວັດຕະກຳໃໝ່ໃນການຜະລິດ ແລະ ການແປຮູບອາຫານ ສູ່ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ເຊື່ອມໂຍງຕະຫຼາດພາຍໃນ ແລະ ຕ່າງປະເທດ.make young people the driving force of a new era: modern, sustainable farming, innovation in production and food processing, food security, and links to domestic and international markets.
  • ການແບ່ງປັນຄວາມຮູ້:Share knowledge: ສະເໜີພາກສ່ວນການສຶກສາ ແລະ ໄວໜຸ່ມ-ຊາວໜຸ່ມ ເຂົ້າຮ່ວມສຳມະນາ ຮຽນຮູ້ ແລະ ເຜີຍແຜ່ການເຮັດກະສິກຳບູລະນາການ ແລະ ທຸລະກິດກະສິກຳຄົບວົງຈອນ.education partners and young people join seminars to learn and spread integrated farming and end-to-end agribusiness.
  • ອຳນວຍຄວາມສະດວກໃນການສ້າງເຄືອຂ່າຍ:Facilitate networking: ຈັດສັນພື້ນຖານໃຫ້ຜູ້ມີສ່ວນຮ່ວມເຊື່ອມຕໍ່, ແບ່ງປັນປະສົບການ-ຄວາມຮູ້, ສ້າງຄວາມເປັນຫຸ້ນສ່ວນ ແລະ ຈັບຄູ່ທຸລະກິດ.a place for stakeholders to connect, share experience, form partnerships and meet business matches.
  • ເພີ່ມທະວີການເຂົ້າເຖິງຕະຫຼາດ:Expand market access: ຊ່ວຍກຸ່ມ, ສະຫະກອນ, ຟາມ ແລະ ທຸລະກິດກະສິກຳທ້ອງຖິ່ນ ເຂົ້າເຖິງຕະຫຼາດໃໝ່ ແລະ ຂະຫຍາຍຊ່ອງທາງຈຳໜ່າຍ.help producer groups, cooperatives, farms and local agribusinesses reach new markets and sales channels.
  • ສະໜັບສະໜູນການພັດທະນາວິໄສທັດ ແລະ ນະໂຍບາຍ:Support vision and policy: ໃຫ້ຜູ້ສ້າງນະໂຍບາຍສົນທະນາ ປ່ຽນແປງວິໄສທັດ ກ່ຽວກັບການຫັນກະສິກຳບູລະນາການສູ່ອຸດສາຫະກຳອາຫານສາກົນ ເພື່ອສະໜັບສະໜູນການເຕີບໂຕຂອງຂະແໜງກະສິກຳ.a forum for policymakers to shape the shift to integrated agriculture for an international food industry and support sector growth.
  • ຮັບຟັງ SME:Listen to SMEs: ລວບລວມຂໍ້ມູນ ແລະ ບັນຫາຂອງຜູ້ປະກອບການ ເພື່ອປິດຊ່ອງຫວ່າງທາງສະຖາບັນ ແລະ ເຊື່ອມຊາວກະສິກອນກັບທຸລະກິດ.collect data and issues from entrepreneurs to close institutional gaps and connect farmers with business.

ຜົນທີ່ຄາດວ່າຈະໄດ້ຮັບExpected outcomes

ການຮັບຮູ້ເພີ່ມຂຶ້ນGreater awareness

ຍົກລະດັບຄວາມຮູ້ດ້ານການກະສິກຳ ໃຫ້ກຸ່ມນັກຮຽນນັກສຶກສາ, ພໍ່ແມ່ປະຊາຊົນ ແລະ ພໍ່ຄ້າແມ່ຂາຍ ໄດ້ເຂົ້າໃຈຢ່າງເລິກເຊິ່ງເຖິງທິດທາງນະໂຍບາຍຂອງພັກ-ລັດ ກ່ຽວກັບການກະສິກຳສ້າງຊາດ.students, families and traders gain a deeper understanding of the Party and Government's policy on agriculture as a foundation for national development.

ການຮ່ວມມືທີ່ເພີ່ມທະວີStronger cooperation

ສົ່ງເສີມຄວາມເປັນຫຸ້ນສ່ວນ ແລະ ການຮ່ວມມືລະຫວ່າງຜູ້ມີສ່ວນຮ່ວມ.partnerships and collaboration among stakeholders.

ການຂະຫຍາຍຕະຫຼາດMarket expansion

ຊ່ວຍໃຫ້ທຸລະກິດກະສິກຳໃນທ້ອງຖິ່ນຂະຫຍາຍຕະຫຼາດ.for local agribusinesses.

ຄຳແນະນຳດ້ານນະໂຍບາຍPolicy recommendations

ສ້າງຄຳແນະນຳທີ່ປະຕິບັດໄດ້ສຳລັບຜູ້ຕັ້ງນະໂຍບາຍ.actionable advice for policymakers.

ການສ້າງຄວາມສາມາດCapacity building

ເພີ່ມຄວາມຊຳນານ ແລະ ຄວາມຮູ້ຂອງຜູ້ເຂົ້າຮ່ວມຜ່ານການສຶກສາ.skills and knowledge gained through educational sessions.

ຖານຂໍ້ມູນຂະແໜງກະສິກຳA sector directory

ຂໍ້ມູນຊາວກະສິກອນ ແລະ ທຸລະກິດ ເພື່ອສຶກສາທ່າແຮງໃນອະນາຄົດ.farmer and business data to study future potential.

ຜູ້ຢ້ຽມຊົມງານWho visits

  • ຊາວກະສິກອນ ຈາກທົ່ວປະເທດ, ກຸ່ມປູກພືດ, ກຸ່ມລ້ຽງສັດ ແລະ ກຸ່ມກະສິກຳອິນຊີFarmers from across the country, crop, livestock and organic groups
  • ນັກລົງທຶນ ແລະ ບໍລິສັດ-ວິສາຫະກິດກະສິກຳInvestors and agribusiness companies
  • ນັກສຶກສາ ແລະ ນັກວິຊາການStudents and researchers
  • ໜ່ວຍງານຂອງລັດ ແລະ ອົງການອະນຸລັກສິ່ງແວດລ້ອມGovernment agencies and environmental organisations
  • ກຸ່ມເຍົາວະຊົນ ແລະ ແມ່ຍິງYouth and women groups