ກ່ຽວກັບການຈັດງານAbout the expo
ມະຫະກຳງານວາງສະແດງກະສິກຳ ທີ່ເປັນເອກະລັກສະເພາະຂອງລາວ ແລະ ຕະຫຼາດນັດເຕັກໂນໂລຊີກະສິກຳ.A uniquely Lao agricultural exhibition and marketplace for agricultural technology.
ອີງຕາມນະໂຍບາຍ ການຍົກລະດັບມາດຕະຖານສິນຄ້າກະສິກຳລາວສູ່ຄວາມຍືນຍົງ ແລະ ສົ່ງເສີມການຕະຫຼາດຜະລິດຕະພັນດ້ານກະສິກຳ, ພາກລັດໄດ້ມີນະໂຍບາຍໃນການບໍລິຫານຈັດການສິນຄ້າການກະເສດຄົບວົງຈອນ ເພື່ອຂະຫຍາຍຕະຫຼາດ ແລະ ເຊື່ອມໂຍງກັບຕະຫຼາດໄປຍັງຕ່າງປະເທດ.In line with the policy of raising Lao agricultural standards towards sustainability and promoting agricultural markets, the Government has set out to manage the agricultural value chain end to end, expanding markets at home and connecting to markets abroad.
ດັ່ງນັ້ນ, ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ເຫັນເຖິງຄວາມສຳຄັນ ຈຶ່ງໄດ້ມອບໝາຍໃຫ້ກົມສົ່ງເສີມກະສິກຳ ແລະ ສະຫະກອນ ຮ່ວມກັບ ສະມາຄົມທຸລະກິດກະສິກຳລາວ ຈັດງານ Agri Expo Laos 2026 ຂຶ້ນອີກຄັ້ງ.The Ministry of Agriculture and Forestry has therefore mandated the Department of Agricultural Extension and Cooperatives, together with the Lao Agricultural Business Association, to organise Agri Expo Laos 2026 once again.
ງານດັ່ງກ່າວຈະເຕົ້າໂຮມເອົາບັນດາຫົວໜ່ວຍທຸລະກິດກະສິກຳ, ຜູ້ຜະລິດ, ຜູ້ສະໜັບສະໜູນໃນວຽກງານອຸດສາຫະກຳກະສິກຳຄົບວົງຈອນ ມາພົບກັນທີ່ນະຄອນຫຼວງວຽງຈັນ ເພື່ອວາງສະແດງຜົນງານຫຼ້າສຸດໃນຂະແໜງການພັດທະນາອຸດສາຫະກຳກະສິກຳຂອງລາວ.The expo brings agribusinesses, producers and supporters from across the agricultural value chain to Vientiane to present the latest developments in Lao agro-industry.

ຈຸດປະສົງObjectives
- ສົ່ງເສີມການພັດທະນາກະສິກຳ:Promote agricultural development: ເນັ້ນເຖິງເຕັກໂນໂລຊີ ແລະ ການປະຕິບັດທີ່ທັນສະໄໝ ທີ່ສາມາດເພີ່ມຜົນຜະລິດ ແລະ ຄວາມຍືນຍົງ.highlight modern technology and practices that raise productivity and sustainability.
- ອຳນວຍຄວາມສະດວກໃນການສ້າງເຄືອຂ່າຍ:Facilitate networking: ຈັດສັນພື້ນຖານໃຫ້ຜູ້ມີສ່ວນຮ່ວມເຊື່ອມຕໍ່, ແບ່ງປັນປະສົບການ ແລະ ສ້າງຄວາມເປັນຫຸ້ນສ່ວນ.a place for stakeholders to connect, share experience and form partnerships.
- ເພີ່ມທະວີການເຂົ້າເຖິງຕະຫຼາດ:Expand market access: ຊ່ວຍຊາວໄຮ່-ຊາວນາ ແລະ ທຸລະກິດກະສິກຳທ້ອງຖິ່ນ ເຂົ້າເຖິງຕະຫຼາດໃໝ່ ແລະ ຂະຫຍາຍຊ່ອງທາງຈຳໜ່າຍ.help farmers and local agribusinesses reach new markets and sales channels.
- ການແບ່ງປັນຄວາມຮູ້:Share knowledge: ສະເໜີພາກສ່ວນການສຶກສາເຂົ້າມາສຳມະນາ ເພື່ອເຜີຍແຜ່ການປະຕິບັດທີ່ດີທີ່ສຸດ ແລະ ການຄົ້ນຄວ້າ.educational sessions that spread best practice and research.
- ສະໜັບສະໜູນການພັດທະນານະໂຍບາຍ:Support policy development: ໃຫ້ຜູ້ສ້າງນະໂຍບາຍສົນທະນາກ່ຽວກັບນະໂຍບາຍກະສິກຳ ແລະ ຍຸດທະສາດເພື່ອສະໜັບສະໜູນການເຕີບໂຕຂອງຂະແໜງ.a forum for policymakers to discuss agricultural policy and sector growth.
- ຮັບຟັງ SME:Listen to SMEs: ລວບລວມຂໍ້ມູນ ແລະ ບັນຫາຂອງຜູ້ປະກອບການ ເພື່ອປິດຊ່ອງຫວ່າງທາງສະຖາບັນ ແລະ ເຊື່ອມຊາວກະສິກອນກັບທຸລະກິດ.collect data and issues from entrepreneurs to close institutional gaps and connect farmers with business.
ຜົນທີ່ຄາດວ່າຈະໄດ້ຮັບExpected outcomes
ການຮັບຮູ້ເພີ່ມຂຶ້ນGreater awareness
ຍົກລະດັບຄວາມຮັບຮູ້ກ່ຽວກັບແນວໂນ້ມ ແລະ ການພັດທະນາໃໝ່ໆໃນກະສິກຳ.of new trends and developments in agriculture.
ການຮ່ວມມືທີ່ເພີ່ມທະວີStronger cooperation
ສົ່ງເສີມຄວາມເປັນຫຸ້ນສ່ວນ ແລະ ການຮ່ວມມືລະຫວ່າງຜູ້ມີສ່ວນຮ່ວມ.partnerships and collaboration among stakeholders.
ການຂະຫຍາຍຕະຫຼາດMarket expansion
ຊ່ວຍໃຫ້ທຸລະກິດກະສິກຳໃນທ້ອງຖິ່ນຂະຫຍາຍຕະຫຼາດ.for local agribusinesses.
ຄຳແນະນຳທາງນະໂຍບາຍPolicy recommendations
ສ້າງຄຳແນະນຳທີ່ປະຕິບັດໄດ້ສຳລັບຜູ້ຕັ້ງນະໂຍບາຍ.actionable advice for policymakers.
ການສ້າງຄວາມສາມາດCapacity building
ເພີ່ມຄວາມຊຳນານ ແລະ ຄວາມຮູ້ຂອງຜູ້ເຂົ້າຮ່ວມຜ່ານພາກການສຶກສາ.skills and knowledge gained through educational sessions.
ຖານຂໍ້ມູນຂະແໜງກະສິກຳA sector directory
ຂໍ້ມູນຊາວກະສິກອນ ແລະ ທຸລະກິດ ເພື່ອສຶກສາທ່າແຮງໃນອະນາຄົດ.farmer and business data to study future potential.

ຜູ້ຢ້ຽມຊົມງານWho visits
- ຊາວກະສິກອນ ຈາກທົ່ວປະເທດ, ກຸ່ມປູກພືດ, ກຸ່ມລ້ຽງສັດ ແລະ ກຸ່ມກະສິກຳອິນຊີFarmers from across the country, crop, livestock and organic groups
- ນັກລົງທຶນ ແລະ ບໍລິສັດ-ວິສາຫະກິດກະສິກຳInvestors and agribusiness companies
- ນັກສຶກສາ ແລະ ນັກວິຊາການStudents and researchers
- ໜ່ວຍງານຂອງລັດ ແລະ ອົງການອະນຸລັກສິ່ງແວດລ້ອມGovernment agencies and environmental organisations
- ກຸ່ມເຍົາວະຊົນ ແລະ ແມ່ຍິງYouth and women groups
